ແຜນຍຸດທະສາດ ວ່າດ້ວຍການຕ້ານຕໍ່ເຊື້ອຈຸລະຊີບທີ່ຕ້ານຕ່ໍຢາຕ້ານເຊື້ອ ຂອງ ສປປ ລາວ, 2019 - 2023

ຢາຕ້ານເຊື້ອຈຸລະຊີບ (Antimicrobial medicines) ມີຄວາມສໍາຄັນຫຼາຍຕໍ່ວຽກງານການແພດ, ສາທາລະນະສຸກ, ສຸຂະພາບສັດ ແລະ ການຜະລິດອາຫານ. ເນື່ອງຈາກວ່າ ຢາດັ່ງກ່າວນີ້ ແມ່ນໃຊ້ເພື່ອປ້ອງກັນ ແລະ ປິ່ນປົວພະຍາດຊືມເຊື້ອ ທີ່ມີ ຈໍາພວກເຊື້ອຈຸລິນຊີ (Bacteria) ເປັນຫນື່ງໃນສາເຫດທີ່ເຮັດໃຫ້ຄົນ ແລະ ສັດເສຍຊີວິດ ໃຫ້ຫຼຸດລົງໄດ້ ແລະ ມີບົດບາດຫຼາຍໃນວົງ ການແພດແຜນປະຈຸບັນ ເປັນຕົ້ນແມ່ນ ການຜ່າຕັດ ຊຶ່ງມີຄວາມສ່ຽງຕໍ່ການຕິດເຊື້ອໄດ້ງ່າຍຈຶ່ງຈໍາເປັນຕ້ອງໄດ້ເພິ່ງພາຢາຕ້ານເຊື້ອຈຸລະ ຊີບ ທີ່ມີປະສິດທິພາບເພື່ອປ້ອງກັນ ແລະ ປິ່ນປົວການຕິດເຊື້ອທີ່ອາດເກີດຂຶ້ນ. ນອກຈາກນີ້ແລ້ວ ມັນຍັງມີຄວາມຈໍາເປັນສໍາລັບ ປ້ອງກັນ ແລະ ປິ່ນປົວ ໃນວຽກງານສັດຕະວະແພດ ແລະ ການກະສິກໍາ ເປັນຕົ້ນ: ການລ້ຽງສັດ, ການປະມົງ, ການປູກຝັງ ແລະ ມີຄວາມສໍາຄັນຕໍ່ ສຸຂະພາບສັດ ພືດ ຕ່ອງໂສ້ການຜະລິດອາຫານ ແລະ ເສດຖະກິດຂອງຊາດອີກດ້ວຍ.